Translations:Commons:Licensing/3/lo

From Wikimedia Commons, the free media repository
Jump to navigation Jump to search

ວິກິມີເດຍ ຄອມມອນສ໌ ຮັບສະເພາະ ເນື້ອຫາເສລີ ເທົ່ານັ້ນ ນັ້ນຄືຮູບພາບ ຫຼື ສື່ອັນໃດທີ່ໃຊ້ງານໃນລັກສະນະ "ໃຊ້ໄດ້ໂດຍທຸກຄົນ ທຸກເວລາ ແລະ ທຸກເຫດຜົນການໃຊ້" ບໍ່ໄດ້ ບໍ່ຄວນທີ່ຈະຢູ່ໃນຄອມມອນສ໌ ແຕ່ຢ່າງໃດກໍ່ຕາມ ເຖິງແມ່ນວ່າມັນບໍ່ກົງກັບຄໍາອະທິບາຍໃນເມື່ອກີ້ນີ້ ມັນອາດຈະຖືກລຶບເພາະວ່າມັນເໝາະສົມກັບຄໍາອະທິບາຍຂອງຄອມມອນສ໌:ຂໍ້ຈຳກັດການບໍ່ມີລິຂະສິດ ແລະ ໃບສັນຍາອະນຸຍາດອາດຈະຕ້ອງການການອະນຸຍາດພິເສດບາງຢ່າງເພີ່ມເຕີມ ຍັງມີບາງເນື້ອໃນທີ່ມີລິຂະສິດ ໝົດອາຍຸໃນບາງປະເທດຂະນະທີ່ຍັງໃຊ້ໄດ້ຢູ່ໃນບາງແຫ່ງ ບາງຂໍ້ມູນເພີ່ມເຕີມແມ່ນຢູ່ຂ້າງລຸ່ມນີ້ ວິກິມີເດຍ ຄອມມອນສ໌ຕ້ອງການຮັບປະກັນວ່າໃບສັນຍາອະນຸຍາດໃດໆ ໃນໜ້າຄໍາອະທິບາຍໄຟລ໌ນັ້ນແມ່ນຄວາມຈິງ ຢ່າງໃດກໍ່ຕາມກໍເປັນຄວາມຮັບຜິດຊອບຂອງຜູ້ໃຊ້ໄຟລ໌ທີ່ຊ້ໍາກັນ ເພື່ອແນ່ໃນວ່າການນໍາໃຊ້ສື່ເປັນໄປຕາມສັນຍາໃບອະນຸຍາດ ແລະ ບໍ່ລະເມີດກົດໝາຍທີ່ຍັງໃຊ້ບັງຄັບຢູ່